-
Details
-
Written by ພຸດທະໄທ ຂຸນວິໄຊ
-
- ອອກຂໍ້ຕົກລົງ, ຄຳສັ່ງ, ແຈ້ງການ, ຄຳແນະນຳ ແລະ ຄູ່ມືດ້ານວິຊາການ ກ່ຽວກັບ ວຽກງານການປ່ຽນແປງ ດິນຟ້າອາກາດ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຕາມຂອບເຂດສິດຂອງຕົນ;
- ເຊັນໜັງສືສະເໜີ, ບົດປະກອບຄຳເຫັນ, ບັດເຊີນ, ແຈ້ງການ, ສະໂໜດນຳສົ່ງ, ບົດລາຍງານ, ບົດບັນທຶກ ແລະ ອື່ນໆ ທີ່ກ່ຽວຂ້ອງ ກັບ ພາລະບົດບາດຂອງກົມ;
- ຮ່ວມມື, ພົບປະ, ເຈລະຈາ, ເຊັນບົດບັນທຶກ, ສັນຍາ, ຂໍ້ຕົກລົງຕ່າງໆ ທີ່ພົວພັນກັບວຽກງານການປ່ຽນແປງ ດິນຟ້າອາກາດ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ ກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ຕາມການ ອະນຸມັດຂອງກະຊວງ;
- ຄົ້ນຄວ້າ ແລະ ນຳສະເໜີ ການແກ້ໄຂຂໍ້ຂັດແຍ່ງ ທີ່ມີລັກສະນະທາງບໍລິຫານ ທີ່ພົວພັນເຖິງວຽກງານການປ່ຽນ ແປງດິນຟ້າອາກາດ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ;
- ຄົ້ນຄວ້າ ແລະ ນຳສະເໜີໂຈະ ຫຼື ລົບລ້າງຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ແລະ ແຈ້ງການຂອງອົງການຄຸ້ມຄອງ ແລະ ກວດກາວຽກງານການປ່ຽນແປງດິນຟ້າອາກາດ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ ທີ່ຂັດກັບກົດໝາຍ ແລະ ລະບຽບການ;
- ສະເໜີຍ້ອງຍໍບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດວຽກງານ ການປ່ຽນແປງ ດິນຟ້າອາກາດ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ;
- ຄຸ້ມຄອງ, ນຳໃຊ້ສຳນັກງານ, ວັດຖຸອຸປະກອນ, ພາຫະນະ ແລະ ງົບປະມານຕາມລະບຽບການ;
- ສະເໜີວ່າຈ້າງຊຽນຊານ ຫຼື ພະນັກງານຕາມສັນຍາ ທັງພາຍໃນ ແລະ ຕ່າງປະເທດເພື່ອຊ່ວຍ ແລະ ຮັບໃຊ້ວຽກງານວິຊາສະ ເພາະ ດ້ວຍແຫຼ່ງທຶນຂອງໂຄງການ ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ;
- ສະເໜີ, ແຕ່ງຕັ້ງ, ຍົກຍ້າຍ, ປົດຕຳແໜ່ງ, ເລື່ອນຊັ້ນ-ເລື່ອນຂັ້ນ, ຍ້ອງຍໍປະຕິບັດວິໄນ ແລະ ປະຕິບັດນະໂຍບາຍອື່ນໆ ຕໍ່ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
- ແຕ່ງຕັ້ງ ແລະ ສະເເໜີແຕ່ງຕັ້ງ ພະນັກງານ-ລັກຖະກອນ ພາຍໃນກົມເຂົ້າຮ່ວມກອງປະຊຸມ, ສຳມະນາ, ຝຶກອົບຮົມ, ທັດສະ ນະສຶກສາ ຢູ່ພາຍໃນ ແລະ ຕ່າງປະເທດ;
- ປະຕິບັດສິດອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍ ຂອງ ລັດຖະມົນຕີ.
065838
ມື້ນີ້
ມື້ວານນີ້
ອາທິດນີ້
ອາທິດຜ່ານມາ
ເດືອນນີ້
ເດືອນຜ່ານມາ
ທັງຫມົດ
275
304
2607
60959
1633
13205
65838
Your IP: 3.144.16.254
2024-05-05 20:00